ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ​ຖັງ​ເກັບ​ນ້ຳ ໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງວັງ​ວຽງ ແຂວງ​ວຽງ​ຈັນ


ນັກທຸລະກິດ ກຸ່ມ​ບ້ານ ​ນາ​ມອນ, ເມືອງ​ ວັງ​ວຽງ, ແຂວງ​ ວຽງຈັນ ມອບຖັງ​ເກັບ​ນ້ຳຢູ່່ທີ່ກອງ​ບັນຊາການ​ທະຫານ​ເມືອງ ​ວັງ​ວຽງ ຄັ້ງວັນທີ  10/01/2024

     ໃນ​ຕົ້ນ​ເດືອນ​ມັງກອນ 2024, ນັກທຸລະກິດ ກຸ່ມ​ບ້ານ ​ນາ​ມອນ, ເມືອງ​ ວັງ​ວຽງ, ແຂວງ​ ວຽງ​ຈັນ ໄດ້​ນຳ​ເອົາ​ຖັງ​ເກັບ​ນ້ຳ ຂະໜາດ 1.500 ລິດ
ມູນ​ຄ່າ 3.500.000 ກີບ ມາ​ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງ ​ວັງ​ວຽງ, ແຂວງ ​ວຽງ​ຈັນ, ໂດຍ​ການ​ກ່າວ​ຮັບ​ຂອງ ສະຫາຍ ພັນ​ໂທ ວັນ​ຄຳ
ຫຼວງ​ພັນ​ນາ ຫົວໜ້າ​ການ​ທະຫານກອງ​ບັນຊາ​ການ​ທະຫານ​ເມືອງ​ ວັງ​ວຽງ ພ້ອມ​ດ້ວຍ​ຄະນະ.

     ສະຫາຍ ພັນ​ໂທ ວັນ​ຄຳ ຫຼວງ​ພັນ​ນາ ໄດ້​​ສະແດງ​ຄວາມ​ຂອບໃຈ ຕໍ່ນັກ​ທຸລະ​ກິດ ກຸ່ມ​ນາ​ມອນ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ພ້ອມ​ທັງ, ໃຫ້​
ຄຳ​ໝັ້ນ​ສັນຍາ​ວ່າຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວໄປ​ນຳ​ໃຊ້​ໃຫ້​ແທດເໝາະ​ກັບ​ສະພາບ​ຄວາມ​ເປັນ​ຈິງ ແລະ ປົກ​ປັກ​ຮັກສາ​ໃຫ້​ນຳ​ໃຊ້​ໄດ້​ຍາວ​ນານ. ໂອ​ກາດ​
ດຽວ​ກັນ​ນີ້, ຍັງ​ໄດ້​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ເປ​ຕັງ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ ດ້ວຍ​ບັນຍາກາດ​ຟົດ
ຟື້ນ​ມ່ວນຊື່ນ.

ແຫຼ່ງທີ່ມາ: ສາຍ​ຄຳ
ວັນທີ 15/01/2024